ລະບົບຄວບຄຸມຊ່ອງທາງຂາຍ

Channel Manager ແມ່ນຫຍັງ? ແລະມີຫນ້າທີ່ຫຍັງ?
Channel Manager ແມ່ນເຕັກໂນໂລຊີຊອບແວສໍາລັບໂຮງແຮມ ທີ່ເຊື່ອມຕໍ່ທີ່ພັກຂອງທ່ານກັບຕົວແທນທ່ອງທ່ຽວອອນໄລນ໌ (OTAs) ແລະຊ່ອງທາງຈັດຈໍາໜ່າຍອື່ນໆຜ່ານອິນເຕີເນັດ ໂດຍເຮັດໜ້າທີ່ເປັນສະພານລະຫວ່າງລະບົບຈັດການທີ່ພັກ (PMS) ແລະຊ່ອງທາງຂາຍອອນໄລນ໌

ຫນ້າທີ່ຂອງ Channel Manager ແມ່ນເພື່ອໃຫ້ແນ່ໃຈວ່າທຸກຊ່ອງທາງທີ່ເຊື່ອມຕໍ່ຢູ່ ມີຂໍ້ມູນຫ້ອງວ່າງ ແລະລາຄາຫ້ອງພັກທີ່ຖືກຕ້ອງ ອັບເດດລ່າສຸດ

Channel Manager ທີ່ມີປັນຍາ ເຊັ່ນ STAAH Max ຍັງສາມາດນໍາໃຊ້ການກໍານົດລາຄາແບບພິເສດໄດ້ (Dynamic Pricing) ເພື່ອເພີ່ມລາຍຮັບ ແລະອັບເດດຂໍ້ມູນແບບເວລາຈິງ ພ້ອມກັບຫຼຸດຜິດພາດໃຫ້ເຫຼືອໜ້ອຍທີ່ສຸດ
ຂ້ອຍຈຳເປັນຕ້ອງຈ່າຍຄ່າຄອມໃຫ້ Channel Manager ຫຼືບໍ່?

ບໍ່ຈຳເປັນ.

ສ່ວນໃຫຍ່ຂອງ Channel Manager ໃຊ້ຮູບແບບຄ່າບໍລິການລາຍເດືອນ ຫຼື ລາຍປີທີ່ມີອັດຕາຄົງທີ່. ເຈົ້າຂອງໂຮງແຮມບໍ່ຈໍາເປັນຕ້ອງຈ່າຍຄ່າຄອມຕໍ່ການຈອງໃຫ້ Channel Manager

ເປັນຫຍັງຂ້ອຍຄວນລົງທຶນໃນ Channel Manager?
ຊອບແວ Channel Manager ບໍ່ແມ່ນພຽງແຕ່ສິ່ງທີ່ເພີ່ມຄວາມສະດວກອີກຕໍ່ໄປ, ແຕ່ເປັນເທັກໂນໂລຊີທີ່ຈຳເປັນສໍາລັບຜູ້ປະກອບການໂຮງແຮມຍຸກໃໝ່ ໃນການເຂົ້າເຖິງລູກຄ້າ ແລະເພີ່ມການຈອງ

ເຫດຜົນສຳຄັນທີ່ຄວນລົງທຶນໃນ Channel Manager:

ເຂົ້າເຖິງລູກຄ້າໄດ້ກວ້າງຂວາງຂຶ້ນ ເຊື່ອມຕໍ່ກັບ OTA ຫຼາຍຮ້ອຍແຫ່ງໄດ້ຢ່າງງ່າຍດາຍ ໂດຍລະບົບຖືກເຊື່ອມກັບທົ່ວໂລກ
ລົດການຈອງຜິດພາດ ຫຼືຈອງຊ້ອນ ເນື່ອງຈາກລະບົບຈະອັບເດດຂໍ້ມູນຫ້ອງ ແລະລາຄາແບບອັດຕະໂນມັດຜ່ານ API
ປົດປ່ອຍໃຫ້ທີມງານມີເວລາດູແລລູກຄ້າ ແທນທີ່ຈະໃຊ້ເວລາໃນການອັບເດດຂໍ້ມູນແບບແມນນວນ
ລາຍງານວິເຄາະທີ່ຊ່ວຍໃຫ້ຕັດສິນໃຈເລື່ອງລາຄາໄດ້ດີຂຶ້ນ
ຟີຈໍເຈີຂັ້ນສູງ ເຊັ່ນ ການຕັ້ງລາຄາແບບໄດນາມິກ, ໂປຣໂມຊັ່ນ OTA ແລະອື່ນໆ
Channel Manager ເຊື່ອມຕໍ່ກັບ OTA ຊັ້ນນຳ ແລະ OTA ລະດັບພູມິພາກຫຼືບໍ່?
ແມ່ນແລ້ວ, Channel Manager ໄດ້ເຊື່ອມຕໍ່ກັບ OTA ຊັ້ນນຳ ແລະ OTA ລະດັບພູມິພາກຫຼາຍກວ່າ 200 ແຫ່ງທົ່ວໂລກ
icon-whatsapp
Keera Hospitality - บริษัท กีร่า ฮอสพิทัลลิตี้ จำกัด
Typically replies in a few hours
Greetings from Keera Hospitality. How may I help you?
Start Chat
icon-messenger
เว็บไซต์นี้มีการใช้งานคุกกี้ เพื่อเพิ่มประสิทธิภาพและประสบการณ์ที่ดีในการใช้งานเว็บไซต์ของท่าน ท่านสามารถอ่านรายละเอียดเพิ่มเติมได้ที่ นโยบายความเป็นส่วนตัว (Privacy Policy) and นโยบายคุกกี้ (Cookies Policy)
Compare product
0/4
Remove all
Compare